ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບມອບອຸປະກອນສ້ອມແປງ ແລະ ເງິນສົດໃຫ້ ກອງພົນທີ 1


     ໃນລະຫວ່າງ ວັນທີ 29 ກັນຍາ 2023 ທີ່ຜ່ານມານີ້, ກົມໃຫຍ່ເຕັກນິກກອງທັບນໍາໂດຍ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາ
ບານ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວມອບເຄື່ອງມື-ອຸປະກອນສ້ອມແປງ ແລະເງິນ
ສົດຈໍານວນໜຶ່ງໃຫ້ກອງພົນທີ 1 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ ຫົວໜ້າ
ການເມືອງກອງພົນທີ 1 ພ້ອມດ້ວຍຄະນະ. ອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3722/ກປທ, ລົງວັນທີ 6/9/2023
ຂໍອະນຸມັດຊໍາລະ (ຂາຍ) ລົດເປ່ເພໜັກ ຈໍານວນ 119 ຄັນ ແລະ ປະກອບໃຫ້ກົມກອງເປັນລົດວາງສະແດງມູນເຊື້ອ, ເຝິກແອບຮໍ່າຮຽນ, ມ້າງ
ເອົາເຄື່ອງອາໄຫຼ່ໄວ້ສໍາຮອງຢູ່ກົມກອງ ຈໍານວນ 14 ຄັນ ເຊິ່ງເປັນລົດທີ່ຂຶ້ນກັບກົມຄອງຄຸມລົດ-ເຮືອ. ອີງຕາມ ການເຫັນດີເອກະພາບກັນໃນກອງ
ປະຊຸມຄະນະກວດກາຕີລາຄາຫຍຸບລົດຂັ້ນ 5 ຂອງກະຊວງປ້ອງກັນປະເທດ ຄັ້ງວັນທີ 18/9/2023. ອີງຕາມ ເອກສານບົດລາຍງານຄວາມຕ້ອງ
ການເຄື່ອງມືຮັບໃຊ້ວຽກງານເຕັກນິກຂອງກອງພົນທີ 1 ຄະນະກວດກາຕີລາຄາຫຍຸບລົດຂັ້ນ 5 ຂອງກະຊວງປ້ອງກັນປະເທດ ຈຶ່ງເຫັນດີເອກະ
ພາບກັນມອບເຄື່ອງ ມື ແລະ ອຸປະກອນສ້ອມແປງໃຫ້ກອງພົນທີ 1 ຈໍານວນ 32 ລາຍການ ລວມມູນຄ່າ 70.130.000 ກີບ, ມອບເຄື່ອງ ມື
ແລະ ອຸປະກອນສ້ອມແປງໃຫ້ກອງພັນໃຫຍ່ 102 ທີ່ຂຶ້ນກັບກອງພົນທີ 1 ຈໍານວນ 28 ລາຍການ ລວມມູນຄ່າ 54.920.000 ກີບ. ນອກນີ້,
ຍັງໄດ້ມອບເງິນສົດຈໍານວນ 54.950.000 ກີບ ເພື່ອນໍາໄປຊື້ຂໍເຈາະນໍາບາດານ ແລະ ອ່າງເກັບນໍ້າ ຈໍານວນ 01 ຊຸດ ມູນຄ່າ 35.000.000 ກີບ,
ເງິນບູລະນະຂົງເຂດວຽກງານເຕັກນິກ ຈໍານວນ 15.000.000 ກີບ; ເງິນໃຊ້ຈ່າຍບໍລິຫານຂອງກອງພົນ ຈໍານວນ 4.950.000 ກີບ. ລວມມູນ
ຄ່າການມອບມອບຄັ້ງນີ້ທັງໝົດ 180.000.000 ກີບ ( ໜຶ່ງຮ້ອຍແປດສິບລ້ານກີບ ) ແລະ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ, ເຊັນມອບ
ໂດຍ ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ແລະ ເຊັນຮັບໂດຍ ສະຫາຍ ພົນຈັດ
ຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງກອງພົນທະຫານຮາບທີ 1. ເພື່ອສະແດງຄວາມຮູ້ບຸນຄຸນ ສະຫາຍ ຫົວໜ້າການເມືອງກອງພົນ
ທີ 1 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມກອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກົມໃຫຍ່ເຕັກນິກກອງທັບ
ທີ່ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ແລະ ຈໍາເປັນຂອງໜ້າທີ່ວຽກງານເຕັກນິກ ເຊິ່ງໄດ້ມອບວັດຖຸປັດໃຈ ແລະ ເຄື່ອງມືທີ່ຈໍາເປັນໃຫ້ກອງພົນ
ທີ 1 ເພື່ອນໍາໃຊ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮັບປະກັນເຕັກນິກ; ເປັນຕົ້ນແມ່ນນໍາໃຊ້ເຂົ້າໃນການສ້ອມແປງ, ການບົວລະບັດຮັກສາ ແລະ
ຄຸ້ມຄອງພາຫະນະເຕັກນິກທີ່ໄດ້ປະກອບນັບແຕ່ຂັ້ນກອງພົນຈົນເຖິງກົມກອງຮາກຖານທີ່ຂຶ້ນກັບ ໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ເພື່ອຮັບປະ
ກັນໃຫ້ແກ່ກອງກົມໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄວາມວ່ອງໄວທັນເວ
ລາ ແລະ ມີປະສິດທິພາບສູງ.

ແຫຼ່ງຂ່າວໂດຍ ໂກຮັງ ພັນທະວົງ
ວັນທີ 03/10/2023